ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບນາມມະຍົດ ສາດສະດາຈານ
ແລະ ຮອງສາດສະດາຈານ ໃຫ້ນາຍທະຫານກະຊວງປ້ອງກັນປະເທດ

     ໃນວັນທີ 7 ກຸມພາ 2024 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບນາມມະຍົດ
ສາດສະດາຈານ ແລະ ຮອງສາດສະດາຈານ ໃຫ້ນາຍທະຫານກະຊວງປ້ອງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນເອກ
ຈັນສະໝອນ ຈັນ ຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີສະ
ຫາຍ ຮອງສາດສະດາຈານ ປະລີນຍາເອກ ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ
ບັນດາຄະນະພັກກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງວ່າການສູນກາງພັກ, ກະຊວງປ້ອງ
ກັນຄວາມສະຫງົບ, ກະຊວງສຶກສາທິການ ແລະ ກິລາ, ກົມນິຕິກຳ, ສຳນັກງານນາຍົກລັດຖະມົນຕີ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາ
ໄລວິທະຍາສາດ ແລະ ສຸຂະພາບ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສູນກາງຊາວໜຸ່ມປະຕິວັດລາວ, ສູນກາງສະຫະພັນ
ແມ່ຍິງລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ຮອງສາດສະດາຈານ ປະລີນຍາເອກ ຫຼ້າວັນ ວົງຄຳສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາ ແລະ ກິລາ ໄດ້ຂຶ້ນ
ຜ່ານດຳລັດຂອງນາຍົກລັດຖະມົນ ວ່າດ້ວຍການແຕ່ງຕັ້ງສາດສະດາຈານ ຈຳນວນ 2 ສະຫາຍ ຄື: ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ
ດຳລົງຕຳແໜ່ງ ສາດສະດາ ຈານກຽດຕິຄຸນ, ສາຂາ ຍຸດທະສາດປ້ອງກັນຊາດ; ສະຫາຍ ພົນໂທ ປອ ວົງຄຳ ພົມມະກອນ ດຳລົງຕຳ ແໜ່ງ
ສາດສະດາຈານກຽດຕິຄຸນ ສາຂາ ຍຸດທະສາດປ້ອງກັນຊາດ ແລະ ດຳລັດ ວ່າດ້ວຍການແຕ່ງຕັ້ງຮອງສາດສະດາຈານ ຈໍານວນ 7 ສະຫາຍ
ຄື: ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ຍຸດທະສາດປ້ອງກັນຊາດ, ສະຫາຍ ພົນ
ຈັດຕະວາ ປອ ສົມ ພອນ ສີສຸວັນນະ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ຍຸດທະສາດປ້ອງກັນຊາດ, ສະຫາຍ ພົນຈັດຕະວາ ປອ
ຈັນສະໝອນ ມະຫາວົງ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ພະຍາດຊຶມເຊື້ອເຂດຮ້ອນ-ແມ່ກາຝາກ ແລະ ຕິດແປດ, ສະຫາຍ
ພັນເອກ ປອ ກິ່ງແກ້ວ ແສງຄຳຢອງ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ຜ່າຕັດສະໝອງ-ເສົາສັນຫຼັງ, ສະຫາຍ ພັນເອກ ປອ ສະ
ແຫວງໄຊ ດາລາສາດ ດຳລົງຕຳແໜ່ງ ຮອງສາດສະດາຈານ ຜ່າຕັດຜົ້ງເອິກ, ສະຫາຍ ພັນໂທ ປອ ຄຳມູນ ສົມຕະກຸນ ດຳລົງຕຳແໜ່ງ ຮອງ
ສາດສະດາຈານ ສາຂາ ກະທົບຜ່າຕັດກະດູກ, ສະຫາຍ ພັນໂທ ຄຳຫຼ້າ ສາລີວົງ ຄໍາໃສ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ພະ
ຍາດລະບົບລະລາຍ.

     ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຂຶ້ນມອບຕໍາແໜ່ງສາດສະດາຈານ ແລະ ຮອງສາດສະດາຈານ ຢ່າງສົມ
ກຽດ. ໃນພິທີ, ຍັງໄດ້ຜ່ານຂໍໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍປະດັບຫຼຽນໄຊພິລະອາດຫານຊັ້ນ I ລວມໝູ່ ໃຫ້ກະຊວງສຶກ
ສາທິການ ແລະ ກິລາ; ຫຼຽນໄຊ ພິລະອາດຫານຊັ້ນ II ໃຫ້ ສະຫາຍ ຮອງສາດສະດາຈານ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ
ສຶກສາທິການ ແລະ ກິລາ, ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ ສະຫາຍ ຮອງສາດສະດາຈານ ປອ ຫຼ້າວັນ ວົງຄໍາສານ ຫົວໜ້າກົມ
ສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ວິໄຈ ຈັນທະສອນ ຫົວໜ້າຫ້ອງການສະພາການສຶກສາຊັ້ນສູງ ແລະ ສະຫາຍ
ຄຳລຽງ ນາມບຸດ ຮອງຫົວໜ້າ ຫ້ອງການສະພາການສຶກສາຊັ້ນສູງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 08/02/2024